ເຮັດໃຫ້ແຜນທີ່ຂອງທ່ານມີຊີວິດຊີວາເທື່ອລະຮູບ

ສະຕຣີດວິວມີການຕໍ່ຮູບພາໂນຣາມາຫຼາຍພັນລ້ານຮູບເຂົ້າກັນເພື່ອສະແດງຮູບສະເໝືອນແທ້ຂອງສະພາບແວດລ້ອມຢູ່ Google ແຜນທີ່. ເນື້ອຫາຂອງສະຕຣີດວິວມາຈາກແຫຼ່ງຂໍ້ມູນສອງບ່ອນກໍຄື Google ແລະ ຜູ້ປະກອບສ່ວນ. ດ້ວຍຄວາມພະຍາຍາມໃນການເກັບກຳຂໍ້ມູນຂອງພວກເຮົາ, ພວກເຮົາໄດ້ເຮັດໃຫ້ຄົນຈາກທຸກບ່ອນສາມາດສຳຫຼວດໂລກໄດ້ສະເໝືອນຈິງ.

Watch the film

Link to Youtube Video (visible only when JS is disabled)

ວິທີເດີນທາງແບບເຫັນພາບ

ຮູບ 360 ຈະຊ່ວຍໃຫ້ທ່ານຮູ້ວ່າຈະໄປໃສ ແລະ ຈະຄາດຫວັງຫຍັງໄດ້ໃນເວລາເດີນທາງ. ສຳຫຼວດສະຖານທີ່ສຳຄັນ, ຄັງຮູບ ແລະ ພິພິດຕະພັນທີ່ມີຊື່ສຽງລະດັບໂລກໄດ້ທັນທີຈາກອຸປະກອນຂອງທ່ານ ຫຼື ຍ້ອນເວລາດ້ວຍຮູບປະຫວັດສະຕຣີດວິວເພື່ອເບິ່ງວ່າສະຖານທີ່ຕ່າງໆມີຄວາມປ່ຽນແປງແນວໃດເມື່ອເວລາຜ່ານໄປ.

ລົດ Google ສະຕຣີດວິວ

Google ຈະເກັບກຳຮູບສະຕຣີດວິວຢູ່ໃສຕໍ່ໄປ

ຄົ້ນພົບບ່ອນທີ່ພວກເຮົາໄປເປັນລຳດັບຕໍ່ໄປດ້ວຍລົດ ຫຼື Trekker ສະຕຣີດວິວ.

ສຳຫຼວດສະຖານທີ່ສະຕຣີດວິວທີ່ເປັນເອກະລັກ