ສະເຫຼີມສະຫຼອງ 15 ປີຂອງສະຕຣີດວິວ

ສະຕຣີດວິວເລີ່ມຕົ້ນຂຶ້ນໃນປີ 2007 ດ້ວຍແນວຄິດທີ່ເລິກເຊິ່ງໃນການສ້າງແຜນທີ່ 360 ອົງສາຂອງໂລກ. ຕັ້ງແຕ່ນັ້ນມາ, ພວກເຮົາໄດ້ບັນທຶກຮູບຫຼາຍກວ່າ 220 ພັນລ້ານຮູບ ແລະ ເດີນທາງໄປຫຼາຍກວ່າ 10 ລ້ານໄມລ໌ໃນ 100 ປະເທດ ແລະ ເຂດແດນຮວມກັນ.
ລະຫວ່າງທາງທ່ານໄດ້ສຳຫຼວດອະວະກາດ, ມະຫາສະໝຸດ ແລະ ສະຖານທີ່ໜ້າເກງຂາມຕ່າງໆໃນລະຫວ່າງນັ້ນ ແລະ ທ່ານກໍພົບທາງເມືອເຮືອນສະເໝີ.

ເບິ່ງກັບຄືນໄປໃນການເດີນທາງທີ່ເຫຼືອເຊື່ອ

Larry Page ມີຄວາມຄິດປະຫຼາດວ່າ: "ຈະເປັນແນວໃດຖ້າພວກເຮົາສ້າງແຜນທີ່ໂລກແບບ 360 ອົງສາ?"
ຖ່າຍຮູບນີ້! ຮູບສະຕຣີດວິວທຳອິດເປີດຕົວຢູ່ 5 ເມືອງໃນສະຫະລັດ.
ສະຕຣີດວິວໄດ້ຢຽບຄັນເລັ່ງເພື່ອບັນທຶກຮູບຢູ່ຫົນທາງທີ່ບໍ່ມີລົດ.
ລົດເລື່ອນຫິມະຂອງສະຕຣີດວິວຈະພາທ່ານໄປ ເນີນວິສເລີ.
ກ້ອງໃນນ້ຳບັນທຶກຮູບຄວາມຍິ່ງໃຫຍ່ຂອງແນວປະກາລັງ Great Barrier Reefs.
ໂຄງການໃຫ້ຢືມກະເປົາກ້ອງ ໝາຍຄວາມວ່າຮຸ້ນສ່ວນພາກສ່ວນທີສາມສາມາດບັນທຶກໂລກຂອງເຂົາເຈົ້າຢູ່ສະຕຣີດວິວໄດ້.
ຮູບປະຫວັດສາດສາມາດເບິ່ງໄດ້ເພື່ອຊ່ວຍທ່ານສຳຫຼວດໂລກໃນແບບທີ່ມັນເປັນ ແລະ ເຄີຍເປັນ.
ສະຕຣີດວິວທ່ອງ ທະເລຊາຍ Liwa ຢູ່ຫຼັງອູດ.
ຕອນນີ້ທ່ານສາມາດສຳຜັດກັບສະຕຣີດວິວແບບ VR ໄດ້ແລ້ວ.
ພວກເຮົາໂຮຍຕົວໃຕ້ພື້ນຜິວໂລກສູ່ພູເຂົາໄຟທີ່ຍັງລຸກໄໝ້ໃນວານູອາຕູ.
ຕອນນີ້ທ່ານສາມາດສຳຫຼວດແຫຼ່ງບູຮານຄະດີອາຍຸ 4,000 ປີໄດ້ຢູ່"ຈຸດສູງສຸດຂອງໂລກ".
ນັກບິນອະວະກາດຢູ່ສະຖານີອະວະກາດນານາຊາດບັນທຶກມຸມມອງຂອງໂລກຈາກທາງເທິງລົງລຸ່ມ.
ອັບເກຣດ Trekker ໝາຍເຖິງຮູບພາບທີ່ມີຄວາມລະອຽດສູງຂຶ້ນ ແລະ ມີນ້ຳໜັກໜ້ອຍລົງໃນການພົກພາ.
ປະທານສະຖາບັນດາວອັງຄານຊວນພວກເຮົາທ່ຽວອ້ອມ "ດາວອັງຄານຢູ່ໂລກ".
ການເປີດຕົວ Live View ຊ່ວຍໃຫ້ທ່ານນຳທາງດ້ວຍເສັ້ນທາງທີ່ທັບຊ້ອນຢູ່ໂລກຂອງທ່ານ.
ສະຕຣີດວິວມີຕົວເລກສາມຫຼັກ, ໂດຍຂະຫຍາຍໄປ 102 ປະເທດ ແລະ ເຂດແດນ.
2004
2007
2008
2010
2012
2013
2014
2014
2015
2017
2017
2017
2018
2019
2019
2022
0

ມີຫຍັງໃໝ່ກັບສະຕຣີດວິວ?

ກຳລັງເປີດຕົວຕອນນີ້: ເດີນທາງຂ້າມເວລາ

ກຳລັງເປີດຕົວຕອນນີ້: ເດີນທາງຂ້າມເວລາ

ຕອນນີ້ທ່ານສາມາດເບິ່ງການປ່ຽນແປງຂອງສະຖານທີ່ຕ່າງໆເມື່ອເວລາຜ່ານໄປໄດ້ດ້ວຍຮູບປະຫວັດສາດສະຕຣີດວິວຢູ່ແອັບ Google ແຜນທີ່.

ດາວໂຫຼດແອັບ Google ແຜນທີ່

15 ມຸມມອງທີ່ພວກເຮົາມັກ

15 ມຸມມອງທີ່ພວກເຮົາມັກ

ຈາກເທສະການນ້ຳກ້ອນຂອງຊາວມອງໂກເລຍສູ່ເຮືອນລອຍນ້ຳຂອງທະເລສາບຕິຕິກາກາ, ຮັບຊົມມຸມມອງທີ່ເກືອບຈະຕ້ອງຢຸດຫາຍໃຈທີ່ໂລກຂອງເຮົາມອບໃຫ້.