ວິທີທີ່ Autori ປະຕິວັດການບຳລຸງຮັກສາຖະໜົນໃນທົ່ວຟິນແລນ, ເທື່ອລະຮູບສະຕຣີດວິວ.
ຄຸນນະພາບຂອງພື້ນຜິວຫົນທາງ, ປ້າຍທີ່ເກົ່າແລ້ວ ແລະ ຖະໜົນຫົນທາງທີ່ບໍ່ມີໄຟເປັນຂໍ້ຫຍຸ້ງຍາກໃນທຸກໆມື້ສຳລັບຄົນຂັບລົດ ແລະ ເທດສະບານຕ່າງໆໃນທົ່ວໂລກ. ແຕ່ Autori ເຊິ່ງເປັນບໍລິສັດຊອບແວຂອງຟິນນິຊແຫ່ງໜຶ່ງທີ່ພັດທະນາທາງອອກສຳລັບການບຳລຸງຮັກສາໂຄງລ່າງພື້ນຖານ, ໄດ້ພົບວິທີເກັບກຳ ແລະ ວິເຄາະຂໍ້ມູນລະດັບຖະໜົນໃຫ້ມີປະສິດທິພາບຍິ່ງຂຶ້ນດ້ວຍ Google ແຜນທີ່ສະຕຣີດວິວ.
ຂໍ້ມູນຫົນທາງ
20
ການບັນທຶກໂຄງການ
ເພີ່ມປະສິດທິພາບການຈັດການການບຳລຸງຮັກສາຖະໜົນຫົນທາງໃນຟິນແລນ
Autori ກໍ່ຕັ້ງໃນປີ 1988 ເຊິ່ງສະໜອງການແກ້ໄຂບັນຫາດ້ວຍການບໍລິການເປັນຊອບແວ (SaaS) ສຳລັບໜ່ວຍງານຖະໜົນຂອງຟິນແລນ, ຜູ້ຮັບເໝົາ ແລະ ທີ່ປຶກສາພາກສ່ວນທີສາມສຳລັບການຈັດການສະພາບເງື່ອນໄຂ, ການດຳເນີນການວາງແຜນ ແລະ ການປະສານງານບຳລຸງຮັກສາ. ການຕິດຕາມກວດສອບສະພາບຫົນທາງໃນທົ່ວປະເທດໃຊ້ເວລາ ແລະ ຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ, ແຕ່ໃນຈຸດທີ່ບໍລິສັດອື່ນໆເຫັນຄ່າໃຊ້ຈ່າຍນັ້ນ, Autori ພັດສາມາດໃຊ້ປະໂຫຍດຢ່າງເຕັມທີ່ຈາກໂອກາດພິເສດໄດ້. ໂດຍການໃຊ້ ຮູບພາບສະຕຣີດວິວ ແລະ ການແກ້ໄຂບັນຫາດ້ວຍ SaaS ຂອງເຂົາເຈົ້າ, ເຂົາເຈົ້າໄດ້ສ້າງເຄື່ອງມືສຳລັບການຈັດການຂໍ້ມູນໂຄງລ່າງພື້ນຖານການບຳລຸງຮັກສາຫົນທາງ ແລະ ການຕັດສິນໃຈທີ່ດີຂຶ້ນໃນຟິນແລນ.
ຄວາມຕ້ອງການສຳລັບການແບ່ງປັນຂໍ້ມູນ ແລະ ຄວາມໄວ
ຕາມປົກກະຕິແລ້ວ, ໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບຫົນທາງຈະຕ້ອງໄປເບິ່ງຖະໜົນແຕ່ລະເສັ້ນດ້ວຍຕົນເອງເພື່ອໃຫ້ຮູ້ວ່າຕ້ອງເຮັດຫຍັງໃນແຕ່ລະບ່ອນ. ນັ້ນໝາຍຄວາມວ່າຈະຕ້ອງມີການຂັບລົດໄປນັບພັນກິໂລແມັດ ແລະ ຕ້ອງຢຸດຈອດຫຼາຍບ່ອນຈົນນັບບໍ່ໄດ້ໃນການຈົດບັນທຶກຕ່າງໆ. ນີ້ບໍ່ພຽງແຕ່ບໍ່ດີຕໍ່ສະພາບແວດລ້ອມ, ມັນຍັງມີຄ່າໃຊ້ຈ່າຍສູງ, ໃຊ້ຊັບພະຍາກອນຫຼາຍຢ່າງ ແລະ ເສຍເວລາເປັນຢ່າງຍິ່ງ. ດັ່ງນັ້ນທາງອອກໃນການສ້າງຂໍ້ມູນໃຫ້ເປັນດິຈິຕອນ ແລະ ເປັນມິດກັບສະພາບແວດລ້ອມຈຶ່ງເຮັດໃຫ້ Autori ຄິດນອກກອບ. ແລະ ສະຕຣີດວິວກໍເປັນການແກ້ໄຂບັນຫາດ້ວຍການສ້າງພາບຈາກຂໍ້ມູນໃນລະດັບຖະໜົນອັນທຳອິດທີ່ຄິດອອກ.
ການບຳລຸງຮັກສາຖະໜົນຫົນທາງຈຳເປັນຕ້ອງມີການແບ່ງປັນຂໍ້ມູນຈຳນວນມະຫາສານກັບຫຼາຍພາກສ່ວນ. ສະຕຣີດວິວມີເຄື່ອງມືທີ່ຈຳເປັນທັງໝົດເພື່ອເຮັດໃຫ້ການແບ່ງປັນເປັນເລື່ອງງ່າຍໆລະຫວ່າງຜູ້ໃຊ້ - ມັນສາມາດເຂົ້າເຖິງໄດ້ໂດຍທຸກຄົນທີ່ມີສະມາດໂຟນ ແລະ ບໍ່ຈຳເປັນຕ້ອງເຂົ້າສູ່ລະບົບ ຫຼື ຕິດຕັ້ງຊອບແວໃດເລີຍ. ແລະ ເຖິງແມ່ນວ່າສະຕຣີດວິວຈະເຄີຍຖືກໃຊ້ສຳລັບການບຳລຸງຮັກສາຖະໜົນຫົນທາງມາກ່ອນ, ການອັບເດດຂໍ້ມູນໃຫ້ສົດໃໝ່ກໍເປັນເລື່ອງທ້າທາຍທີ່ຍິ່ງໃຫຍ່ທີ່ສຸດ. ພວກເຮົາເຫັນໂອກາດໃນການແກ້ໄຂບັນຫານັ້ນໂດຍການຮວມເອົາສະຕຣີດວິວໃສ່ຊອບແວບຳລຸງຮັກສາຖະໜົນຂອງພວກເຮົາ.
-
Ari Immonen, ຫົວໜ້າພະແນກການປຶກສາດ້ານດິຈິຕອນຢູ່ Autori
ການຮວມອອນລາຍ ແລະ ອອບລາຍສຳລັບຄວາມປອດໄພຢູ່ທ້ອງຖະໜົນ
ໃນຕົ້ນປີ 2017, Autori ໄດ້ເລີ່ມບັນທຶກຮູບພາບ ແລະ ອັບໂຫຼດ ຮູບພາບ 360 ຂອງຖະໜົນຫົນທາງຕ່າງໆຂອງລັດໃນຟິນແລນ, ໂດຍໃຊ້ບັນຊີ Google ຂອງບໍລິສັດເຂົາເຈົ້າໃນການເຜີຍແຜ່ຮູບ. ນັບຕັ້ງແຕ່ນັ້ນມາ, ເຂົາເຈົ້າໄດ້ບັນທຶກຂໍ້ມູນຖະໜົນຂອງລັດກວ່າ 40,000 ກມ ແລະ ອັບໂຫຼດຮູບພາບກວ່າ 8 ລ້ານຮູບ, ນຳເອົາການຈັດການການບຳລຸງຮັກສາຖະໜົນໄປສູ່ໂລກອອນລາຍ. ການຮວມສະຕຣີດວິວເຂົ້າກັບການແກ້ໄຂບັນຫາດ້ວຍ SaaS ຂອງເຂົາເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍສຳລັບໜ່ວຍງານຖະໜົນໃນການເຂົ້າເຖິງຂໍ້ມູນຫົນທາງທີ່ໄດ້ຮັບການອັບເດດແລ້ວຈາກທາງໄກ.
ຂໍຂອບໃຈ ຮູບພາບທີ່ Autori ໄດ້ເຜີຍແຜ່ໄປໃສ່ສະຕຣີດວິວ, ການລາຍງານປ້າຍຖະໜົນທີ່ບໍ່ມີ, ການໝາຍ ຫຼື ຂຸມຢູ່ຫົນທາງສາມາດຖືກອັບໂຫຼດ ແລະ ແທັກເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ກວດສອບຈາກຫ້ອງການຂອງເຂົາເຈົ້າຜ່ານແຜງໜ້າປັດຂອງ Autori ໄດ້. ໂດຍການສະໜອງການແກ້ໄຂບັນຫາທີ່ປັບແຕ່ງໄດ້ນັ້ນ, Autori ຍັງເຮັດໃຫ້ຜູ້ຮັບເໝາສາມາດຕິດຕາມ ແລະ ວາງແຜນວຽກສ້ອມບຳລຸງທີ່ກ່ຽວຂ້ອງໄດ້ໃນບ່ອນດຽວນຳອີກ. ເມື່ອເຮັດໜ້າວຽກສ້ອມບຳລຸງສຳເລັດແລ້ວ, ຮູບພາບ 360 ໃໝ່ຂອງພື້ນທີ່ນັ້ນຈະຖືກບັນທຶກ ແລະ ອັບໂຫຼດໂດຍພະນັກງານເພື່ອອັບເດດຂໍ້ມູນຖະໜົນໃຫ້ເປັນຂໍ້ມູນໃໝ່ຢູ່ສະເໝີ. ສິ່ງນີ້ໄດ້ຫຼຸດຄວາມຕ້ອງການໃນການໄປຫາສະຖານທີ່ຈິງເພື່ອກວດສອບ, ເຊິ່ງຊ່ວຍປະຢັດເວລາ, ເງິນ ແລະ ການປ່ອຍມົນລະພິດເຮືອນແກ້ວ.
ປະຕິວັດຄວາມປອດໄພຖະໜົນຢ່າງກວ້າງຂວາງ
ສະຕຣີດວິວເຮັດໃຫ້ Autori ສາມາດປັບປຸງການແບ່ງປັນຂໍ້ມູນ ແລະ ການຮັບຮູ້ສະຖານະການສຳລັບໜ່ວຍງານຖະໜົນໃນຟິນແລນໄດ້, ເຊິ່ງຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິພາບ. ຈາກຜົນກະທົບດ້ານບວກທີ່ສິ່ງນີ້ສາມາດມີຕໍ່ໂລກໄດ້ນັ້ນ, ຕອນນີ້ Autori ກຳລັງສ້າງໂມເດວແບບມາດຕະຖານສຳລັບການເກັບກຳ ແລະ ການແບ່ງປັນຂໍ້ມູນຖະໜົນໃນອະນາຄົດ. ເຂົາເຈົ້າຍັງໄດ້ຊ່ວຍຄົນໃນທ້ອງຖິ່ນຫຼຸດການປ່ອຍສານກາກບອນໄດ້ໂດຍການຖ່າຍຮູບເສັ້ນທາງລົດຖີບ ແລະ ເສັ້ນທາງຄົນຍ່າງກວ່າ 1,000 ກມ. ຕອນນີ້ຜູ້ຄົນສາມາດເຂົ້າເຖິງຂໍ້ມູນທີ່ອັບເດດໃໝ່ ແລະ ເດີນທາງໃນໄລຍະທາງສັ້ນໆໃນແບບທີ່ເປັນມິດກັບສິ່ງແວດລ້ອມຍິ່ງຂຶ້ນໄດ້. ນອກຈາກນັ້ນແລ້ວ, ເຂົາເຈົ້າຍັງຈະອອກເດີນທາງອີກເທື່ອໜຶ່ງໃນລະດູຮ້ອນນີ້ເພື່ອເກັບກຳຂໍ້ມູນເພີ່ມເຕີມອີກກວ່າ 15,000 ກມ ໃນຟິນແລນ, ເຊິ່ງຈະເຮັດໃຫ້ເຂົາເຈົ້າສາມາດເກັບກຳ ແລະ ເຜີຍແຜ່ຮູບພາບເກືອບເຄິ່ງໜຶ່ງຂອງຖະໜົນຫົນທາງໃນປະເທດໄປໃສ່ໃນສະຕຣີດວິວໄດ້.
ຄວາມສຳເລັດຂອງ Autori ເປັນພຽງໜຶ່ງຕົວຢ່າງຂອງວິທີທີ່ຫຼາກຫຼາຍແບບບໍ່ຊ້ຳກັນທີ່ທຸລະກິດຕ່າງໆກຳລັງໃຊ້ສະຕຣີດວິວເພື່ອແກ້ໄຂບັນຫາທີ່ຊັບຊ້ອນ. ມັນເປັນຫຼາຍກວ່າເຄື່ອງມືການສ້າງແຜນທີ່ຮູບພາບ ແລະ ອາດມີຜົນປະໂຫຍດທີ່ບໍ່ສາມາດວັດແທກໄດ້ໃຫ້ກັບທຸລະກິດຂອງທ່ານເຊັ່ນດຽວກັນ. ທ່ານພ້ອມທີ່ຈະຂຽນເລື່ອງລາວຄວາມສຳເລັດສະຕຣີດວິວຂອງທ່ານເອງຫຼືຍັງ?
ສຳຫຼວດເພີ່ມເຕີມ