ປົດລັອກທາງອອກສູ່ພາຍນອກ - ວິທີທີ່ສະຕຣີດວິວເປີດອານາຈັກທາງພຸດທະສາດສະໜາສູ່ໂລກ.

ພູຖານຕັ້ງຢູ່ທ່າມກາງເທືອກເຂົາຫິມາໄລ, ມີເສັ້ນທາງຜ່ານພູຫຼວງຫຼາຍ, ມີຫຸບເຂົາສີຂຽວ ແລະ ແມ່ນ້ຳອັນງຽບສະຫງົບຢູ່ສະເໝີ. ນັ້ນເປັນເຫດຜົນທີ່ລັດຖະບານຮ່ວມມືກັບສະຕຣີດວິວໃນການລິເລີ່ມໄລຍະເວລາສິບສອງເດືອນເພື່ອສະແດງອັນຍະມະນີທີ່ຖືກປົກປິດເຫຼົ່ານີ້, ພ້ອມດຽວກັນນັ້ນກໍຍັງສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາທາງເສດຖະກິດ-ສັງຄົມຂອງພູຖານນຳ.

ຫຼັງຈາກອຸປະສັກ ແລະ ການອະນຸຍາດໃຫ້ຖ່າຍຮູບຫຼາຍເທື່ອ, ສະພາການທ່ອງທ່ຽວຂອງພູຖານ, ໂດຍຮ່ວມມືກັບການສະໜັບສະໜຸນທາງເທັກນິກຈາກ Google ສິງກະໂປ, ກໍສາມາດເປີດຕົວໂຄງການນີ້ໄດ້ໃນເດືອນພຶດສະພາ 2020. ສະຕຣີດວິວສະໜັບສະໜຸນເຂົາເຈົ້າດ້ວຍກ້ອງ Ricoh Theta V ສອງໜ່ວຍ, Insta360 Pro ໜຶ່ງໜ່ວຍ, ການເຝິກອົບຮົມແບບສ່ວນຕົວ ແລະ ເຊດຊັນການແກ້ໄຂບັນຫາປົກກະຕິເພື່ອໃຫ້ເຂົາເຈົ້າເຮັດວຽກຕໍ່ໄປໄດ້.

2625.86 ກມ

ຖ່າຍຮູບໄປແລ້ວ

2,398,285

ຮູບທີ່ເຜີຍແຜ່ໄປແລ້ວ

7.4 ລ

ຍອດເບິ່ງ

ການສ້າງແຜນທີ່ຄວາມງົດງາມຂອງພູຖານ

ກ່ອນການລິເລີ່ມຂອງສະຕຣີດວິວ, ພູຖານບໍ່ໄດ້ມີຄວາມຊ່ຽວຊານດ້ານເທັກນິກ ຫຼື ອຸປະກອນເພື່ອເຊື່ອມຕໍ່ກັບຜູ້ທີ່ມີໂອກາດໄປຢ້ຽມຢາມ, ເຊິ່ງເຮັດໃຫ້ເປັນຄວາມທ້າທາຍສຳລັບນັກທ່ອງທ່ຽວທີ່ຕ້ອງວາງແຜນການເດີນທາງ. ຕອນນີ້, ບໍ່ວ່າຈະເປັນຜູ້ສະແຫວງບຸນຊາວພຸດໄປຈົນຮອດຜູ້ທີ່ມີໂອກາດເປັນນັກທ່ອງທ່ຽວກໍສາມາດພົບກັບອາຮາມປ້ອມປາການຂອງ Thimpu ແລະ ໝູ່ບ້ານທີ່ເກົ່າແກ່ຂອງ Punakha ແບບສະເໝືອນໄດ້.

ໃນຂະນະທີ່ນີ້ເປັນກ້າວສຳຄັນໃນແຜນການຂອງລັດຖະບານເພື່ອຕິດຕໍ່ຫາໂລກ, ມັນກໍຍັງເປັນອີກກ້າວໜຶ່ງໃນການເດີນທາງດິຈິຕອນຂອງພູຖານເພື່ອໄປສູ່ສັງຄົມທີ່ນຳໃຊ້ເທັກໂນໂລຢີ ICT ນຳ.

ເດີນທາງໃນຖະໜົນພູຖານຫຼາຍຂຶ້ນ

ການນຳທາງອັດສະລິຍະຂອງສະຕຣີດວິວໄດ້ເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກກັບສະຖານທີ່ຍອດນິຍົມທົ່ວໂລກ ແລະ ເຮັດໃຫ້ນັກເດີນທາງມີອິດສະລະໃນການເລືອກ ແລະ ການເດີນທາງ. ການເຂົ້າເຖິງວິດີໂອ 360 ແບບສົດໆ ແລະ ການທົວສະເໝືອນຂອງສະພາບພື້ນດິນສົມຈິງໄດ້ຊ່ວຍໃຫ້ຜູ້ເຂົ້າຊົມກຳນົດຄວາມຄາດຫວັງຂອງເຂົາເຈົ້າ ແລະ ສຳຫຼວດໄດ້ຕາມນັ້ນ.

 

Google ສະຕຣີດວິວເວີຊັນຂອງພູຖານໄດ້ຊ່ວຍປະເທດພູຖານ ແລະ ບຸກຄົນໃນທົ່ວໂລກ. ມັນສາມາດໃຊ້ໄດ້ໂດຍນັກສຳຫຼວດທີ່ດິນ, ທຸລະກິດ, ໜ່ວຍງານລັດຖະບານ, ສະຖາບັນທາງການສຶກສາ ແລະ ອື່ນໆເພື່ອປັບປຸງບໍລິການຂອງເຂົາເຈົ້າໄດ້.

-

Dorji Dhradhul, ຜູ້ອຳນວຍການສະພາການທ່ອງທ່ຽວພູຖານ

 

ດ້ວຍການເພີ່ມທຸລະກິດໃໝ່ 500 ແຫ່ງໄປໃສ່ສະຕຣີດວິວ ແລະ ການອັບເດດ 4,000 ເທື່ອຕໍ່ກັບແຜນທີ່ພູຖານ, ຜູ້ຢູ່ອາໄສຍັງສາມາດເກັບກ່ຽວສິດທິປະໂຫຍດກັບທຸກຢ່າງ, ບໍ່ວ່າຈະເປັນການອັບເດດສະພາບຈະລາຈອນແບບສົດໆ ແລະ ການແນະນຳເສັ້ນທາງໄປຈົນຮອດການເປີດເຜີຍຂໍ້ມູນຫຼາຍຂຶ້ນສຳລັບທຸລະກິດທ້ອງຖິ່ນ.

ນັກສ້າງແຜນທີ່ Google ສະຕຣີດວິວກຳລັງຕັ້ງຄ່າກ້ອງຖ່າຍຮູບຢູ່ລົດໃນພູຖານ

ສະຕຣີດວິວທີ່ດີຂຶ້ນ

ນອກເໜືອຈາກການເຂົ້າເຖິງໂລກແລ້ວ, ການລິເລີ່ມສະຕຣີດວິວຂອງລັດຖະບານຍັງໄດ້ພິສູດແລ້ວວ່າມີປະໂຫຍດຫຼາຍໃນການວາງແຜນໂຄງການພັດທະນາຕ່າງໆ. ການຖ່າຍຮູບພູມປະເທດທີ່ຖືກເຊື່ອງໄວ້ມາຫຼາຍສັດຕະວັດນັບເປັນຈຸດເລີ່ມຕົ້ນຂອງກົນລະຍຸດການບຳລຸງຮັກສາມໍລະດົກຂອງພູຖານ. ເຂົາເຈົ້າສາມາດກວດສອບສະພາບຖະໜົນຫົນທາງ ແລະ ປັບປຸງພວກມັນໄດ້ຕາມຄວາມຈຳເປັນຜ່ານຂໍ້ມູນສະຕຣີດວິວ.

ນັກສຳຫຼວດຄົ້ນພົບພູຖານຫຼາຍຂຶ້ນເລື້ອຍໆ. ແຕ່ດ້ວຍພື້ນທີ່ຄອບຄຸມພຽງ 20 ເມືອງ, ອານາເຂດ 38,394 km² ແລະ ແຜນການເພື່ອອັບເດດແຜນທີ່ເປັນປະຈຳດ້ວຍການພັດທະນາໂຄງລ່າງພື້ນຖານໃໝ່, ການລິເລີ່ມສະຕຣີດວິວນີ້ຫາກໍພຽງເລີ່ມຕົ້ນເທົ່ານັ້ນ.

ສະຕຣີດວິວເຊື່ອມຕໍ່ໂລກນ້ອຍໆດ້ວຍວິທີທີ່ຍິ່ງໃຫຍ່. ການຄົ້ນພົບອັນຍະມະນີທີ່ເຊື່ອງໄວ້ຜ່ານຮູບພາບທີ່ຊວນໃຫ້ດຳດິ່ງລົງໄປ, ມັນສາມາດປະຕິວັດວິຖີທາງຂອງປະເທດ ແລະ ມີບົດບາດສຳຄັນໃນການພັດທະນາຂອງມັນໄດ້.

ສຳຫຼວດເພີ່ມເຕີມ

ແບ່ງປັນຮູບພາບສະຕຣີດວິວຂອງທ່ານ