ທີ່ມາຂອງຮູບ

ຮູບສະຕຣີດວິວມາຈາກສອງແຫລ່ງຂໍ້ມູນຄື: Google ແລະ ຜູ້ປະກອບສ່ວນຂອງພວກເຮົາ.

ເນື້ອຫາຂອງພວກເຮົາ

ເນື້ອຫາຂອງພວກເຮົາ

ເນື້ອຫາທີ່ Google ເປັນເຈົ້າຂອງຈະລົງຊື່ “Street View” ຫຼື “Google Maps” ໄວ້. ພວກເຮົາຈະມົວ​​ໃບໜ້າ ແລະ ປ້າຍທະບຽນລົດໃນຮູບພາບຂອງພວກເຮົາໂດຍອັດຕະໂນມັດ.

ເນື້ອຫາຜູ້ປະກອບສ່ວນ

ເນື້ອຫາຈາກຜູ້ປະກອບສ່ວນຄົນອື່ນ

ເນື້ອຫາທີ່ຜູ້ໃຊ້ປະກອບສ່ວນມານັ້ນມີຊື່ບັນຊີທີ່ຄລິກໄດ້ ຫຼື ແຕະໃສ່ໄດ້ ແລະ ໃນບາງກໍລະນີກໍມີຮູບໂປຣໄຟລ໌ນຳ.

Google ນຳສະຕຣີດວິວມາໃຫ້ທ່ານໄດ້ແນວໃດ

ເພື່ອແບ່ງປັນຮູບພາບສະຕຣີດວິວ, ທີມງານວິສະວະກອນຂອງພວກເຮົາມີການເຮັດວຽກໃນເບື້ອງຫຼັງຢ່າງໜັກ. ນີ້ແມ່ນຕົວຢ່າງສິ່ງທີ່ທີມງານຂອງພວກເຮົາກຳລັງເຮັດເພື່ອນຳພາບສະຕຣີດວິວມາໃຫ້ທ່ານ.

ຄົ້ນພົບໂລກອ້ອມຕົວທ່ານແບບ 360. ເບິ່ງຄັງຮູບ

ພວກເຮົາໄປໃສ

ພວກເຮົາກຳລັງຂັບຜ່ານຫຼາຍປະເທດດ້ວຍລົດສະຕຣີດິວວເພື່ອນຳເອົາຮູບທີ່ສົ່ງເສີມປະສົບການຂອງທ່ານ ແລະ ຊ່ວຍໃຫ້ທ່ານຄົ້ນພົບໂລກອ້ອມຕົວທ່ານໄດ້. ລອງເບິ່ງລາຍຊື່ປະເທດທີ່ພວກເຮົາກຳລັງຂັບລົດ ຫຼື ເດີນທາງໄປເກັບພາບຕໍ່ໄປໄດ້.

ປະເທດ
ຂົງເຂດ ເມືອງ ເວລາ
{[value.region]} {[value.districts]} {[value.datestart| date:'MM/yyyy']} - {[value.dateend| date:'MM/yyyy']}

ເນື່ອງຈາກປັດໄຈທີ່ນອກເໜືອໄປຈາກການຄວບຄຸມຂອງພວກເຮົາ (ດິນຟ້າອາກາດ, ການປິດເສັ້ນທາງ ແລະ ອື່ນໆ), ມັນເປັນໄປໄດ້ສະເໝີໄປວ່າລົດຂອງພວກເຮົາອາດຈະບໍ່ໄດ້ປະຕິບັດໜ້າວຽກ ຫຼື ອາດເກີດການປ່ຽນແປງເລັກນ້ອຍ. ກະລຸນາຮັບຊາບວ່າ ລາຍຊື່ດັ່ງກ່າວລະບຸສະເພາະບາງເມືອງນັ້ນ ອາດຮວມມີເມືອງທີ່ນ້ອຍກວ່າທີ່ສາມາດຂັບລົດໄປຮອດນຳໄດ້.

ພວກເຮົາໄປໃສມາແລ້ວ

ພື້ນທີ່ສີຟ້າຢູ່ແຜນທີ່ແມ່ນສະແດງຈຸດທີ່ສາມາດເບິ່ງສະຕຣີດວິວໄດ້. ຊູມເຂົ້າເພື່ອເບິ່ງລາຍລະອຽດທີ່ດີຂຶ້ນ ຫຼື ເລືອກເບິ່ງເນື້ອຫານີ້ດ້ວຍເວັບໄຊ ແລະ ແອັບຂອງພວກເຮົາ.

ກຳລັງພົນສະຕຣີດວິວຂອງ Google ເອງ

ເລືອກເບິ່ງຜ່ານກຳລັງພົນຂອງສະຕຣີດວິວ.