ຄົ້ນພົບວ່າພວກເຮົາຮວບຮວມຮູບພາບ 360 ຕອນໃດ, ຢູ່ໃສ ແລະ ແນວໃດ

ພົບກັບກອງກຳລັງສະຕຣີດວິວທີ່ມີສີສັນຂອງ Google ແລະ ສຶກສາວິທີທີ່ພວກເຮົາຮວບຮວມຮູບພາບ 360 ເພື່ອຂັບເຄື່ອນແຜນທີ່ໂລກ.

ການຮວບຮວມຮູບພາບ Google ສະຕຣີດວິວ
ລົດອະນິເມຊັນການຮວບຮວມຮູບພາບ Google ສະຕຣີດວິວ

ທີ່ມາຂອງຮູບ

ຮູບສະຕຣີດວິວມາຈາກສອງແຫຼ່ງຂໍ້ມູນຄື: Google ແລະ ຜູ້ປະກອບສ່ວນຂອງພວກເຮົາ.

ເນື້ອຫາຂອງພວກເຮົາ
ເນື້ອຫາຈາກຜູ້ປະກອບສ່ວນ

ເນື້ອຫາຂອງພວກເຮົາ

ເນື້ອຫາທີ່ Google ເປັນເຈົ້າຂອງຈະລົງຊື່ “Street View” ຫຼື “Google Maps” ໄວ້. ພວກເຮົາຈະມົວ​​ໃບໜ້າ ແລະ ປ້າຍທະບຽນລົດໃນຮູບພາບຂອງພວກເຮົາໂດຍອັດຕະໂນມັດ.

ລາຍລະອຽດນະໂຍບາຍ

ຮູບພາບ Google ສະຕຣີດວິວຈາກ Petra ໃນຈໍແດນ

ເນື້ອຫາຈາກຜູ້ປະກອບສ່ວນ

ເນື້ອຫາທີ່ຜູ້ໃຊ້ປະກອບສ່ວນມານັ້ນມີຊື່ບັນຊີທີ່ຄລິກໄດ້ ຫຼື ແຕະໃສ່ໄດ້ ແລະ ໃນບາງກໍລະນີກໍມີຮູບໂປຣໄຟລ໌ນຳ.

ລາຍລະອຽດນະໂຍບາຍ

ປະກອບສ່ວນໃຫ້ສະຕຣີດວິວ

ຮູບພາບ Google ສະຕຣີດວິວ Federico Debetto ສ້າງແຜນທີ່ແຊນຊິບາ

ພວກເຮົາຈະໄປສ້າງແຜນທີ່ຢູ່ບ່ອນໃດໃນເດືອນນີ້

ພວກເຮົາຂັບລົດ ແລະ ເດີນທາງໄປທົ່ວໂລກເພື່ອນຳສະເໜີຮູບພາບທີ່ຈະຊ່ວຍເພີ່ມປະສົບການຂອງທ່ານ ແລະ ຊ່ວຍໃຫ້ທ່ານຄົ້ນພົບໂລກອ້ອມຕົວທ່ານ. ຫາກທ່ານຕ້ອງການທັກທາຍທີມຂອງພວກເຮົາ, ກະລຸນາກວດສອບຂໍ້ມູນທາງລຸ່ມເພື່ອເບິ່ງວ່າເຂົາເຈົ້າຈະໄປສະຖານທີ່ໃກ້ທ່ານຕອນໃດ.

ວັນທີ ເຂດ
ວັນທີ ເຂດ

ເນື່ອງຈາກປັດໄຈທີ່ນອກເໜືອໄປຈາກການຄວບຄຸມຂອງພວກເຮົາ (ດິນຟ້າອາກາດ, ການປິດເສັ້ນທາງ ແລະ ອື່ນໆ), ມັນເປັນໄປໄດ້ສະເໝີໄປວ່າລົດຂອງພວກເຮົາອາດຈະບໍ່ໄດ້ປະຕິບັດໜ້າວຽກ ຫຼື ອາດເກີດການປ່ຽນແປງເລັກນ້ອຍ. ກະລຸນາຮັບຊາບວ່າ ລາຍຊື່ດັ່ງກ່າວລະບຸສະເພາະບາງເມືອງນັ້ນ ອາດຮວມມີເມືອງທີ່ນ້ອຍກວ່າທີ່ສາມາດຂັບລົດໄປຮອດນຳໄດ້.

ກອງກຳລັງທີ່ກະກຽມເພື່ອເປີດເຜີຍສິ່ງມະຫັດສະຈັນຂອງໂລກ

ພວກເຮົາໄດ້ໄປສຸດຍອດແຫ່ງສະຖານທີ່ຕ່າງໆໃນທັງເຈັດທະວີບ ແລະ ຈະມີມາອີກ. ກ່ອນທີ່ພວກເຮົາຈະອອກເດີນທາງ, ພວກເຮົາພິຈາລະນາຫຼາຍປັດໄຈ ຮວມທັງພູມປະເທດ, ສະພາບພູມອາກາດ ແລະ ຄວາມໜາແໜ້ນຂອງປະຊາກອນເພື່ອຈັດກຽມອຸປະກອນທີ່ເໝາະສົມ ແລະ ຮວບຮວມຮູບພາບທີ່ດີທີ່ສຸດ.

ລົດສະຕຣີດວິວ

ລົດສະຕຣີດວິວທີ່ຕິດຕັ້ງລະບົບກ້ອງຖ່າຍຮູບຢູ່ຫຼັງຄາແມ່ນອຸປະກອນທີ່ພວກເຮົາໃຊ້ຫຼາຍທີ່ສຸດໃນການຮວບຮວມຮູບພາບ ແລະ ຊ່ວຍໃຫ້ພວກເຮົາບັນທຶກຮູບພາບໄດ້ຫຼາຍກວ່າ 10 ລ້ານໄມລ໌ໃນທົ່ວໂລກ, ຮວມທັງ ມ້າກິນກ້ວຍ.
ລົດສະຕຣີດວິວ

Trekker

ລະບົບກ້ອງຖ່າຍຮູບແບບພົກພານີ້ສາມາດໃຊ້ເປັນກະເປົາສະພາຍຫຼັງ ຫຼື ຕິດຕັ້ງຢູ່ທາງເທິງຂອງລົດກະບະ, ລົດສຳລັບຂີ່ຢູ່ຫິມະ ຫຼື ລົດຈັກໄດ້. ມັນຊ່ວຍໃຫ້ພວກເຮົາສາມາດຮວບຮວມຮູບພາບໃນຖະໜົນທີ່ແຄບໆ ຫຼື ໃນບ່ອນທີ່ພວກເຮົາສາມາດເຂົ້າເຖິງໄດ້ດ້ວຍການຍ່າງເທົ່ານັ້ນ, ເຊັ່ນ: ປ້ອມປາການອິນຄາ ມາຈູພິຈູ.
Trekker

ນຳແຜນທີ່ໄປສູ່ຊີວິດ

ຫຼັງຈາກທີ່ພວກເຮົາຮວບຮວມຮູບພາບແລ້ວໆ, ມັນກໍຮອດເວລາທີ່ຈະນຳເອົາພວກມັນທັງໝົດໄປສູ່ໜ້າຈໍຂອງທ່ານ. ນີ້ແມ່ນພາບຮວມຂອງສິ່ງທີ່ທີມຂອງພວກເຮົາກຳລັງເຮັດຢູ່ຫຼັງເວທີ.

  • ການເກັບກຳຮູບພາບ

    ທຳອິດພວກເຮົາຕ້ອງຂັບລົດອອກໄປແລ້ວຖ່າຍຮູບສະຖານທີ່ທີ່ຈະນຳມາສະແດງໃນສະຕຣີດວິວເສຍກ່ອນ. ພວກເຮົາເອົາໃຈໃສ່ໃນຫຼາຍໆປັດໄຈ, ຮວມເຖິງສະພາບອາກາດ ແລະ ຄວາມໜາແໜ້ນຂອງປະຊາກອນໃນພື້ນທີ່ຕ່າງໆເພື່ອປະເມີນວ່າຕອນໃດ ແລະ ບ່ອນໃດທີ່ສາມາດບັນທຶກຮູບພາບທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້.

  • ຮູບພາບລວງຍາວ

    ເພື່ອເຂົ້າກັບແຕ່ລະພາບກັບພູມສັນຖານຢູ່ແຜນທີ່, ພວກເຮົາປະສົມສັນຍານຈາກເຊັນເຊີເທິງລົດທີ່ວັດແທກ GPS, ຄວາມໄວ ແລະ ເສັ້ນທາງ. ຂັ້ນຕອນນີ້ຊ່ວຍໃຫ້ພວກເຮົາສ້າງເສັ້ນທາງທີ່ແນ່ນອນຂອງລົດຂຶ້ນມາໃໝ່ໄດ້ ແລະ ຮວມທັງການອຽງ ຫຼື ຈັດວາງຮູບພາບໄດ້ຕາມຕ້ອງການນຳ.

  • ປ່ຽນຮູບພາບໃຫ້ເປັນຮູບ 360

    ເພື່ອຫຼີກເວັ້ນຊ່ອງຫວ່າງຢູ່ໃນຮູບພາບ 360, ກ້ອງຖ່າຍຮູບທີ່ວາງຕິດໆກັນຈະຖ່າຍຮູບພາບທີ່ທັບຊ້ອນກັນເລັກນ້ອຍ ແລະ ຫຼັງຈາກນັ້ນພວກເຮົາກໍຈະ 'ຕິດ' ຮູບພາບຮ່ວມກັນເຂົ້າໄປໃນຮູບ 360 ອົງສາຮູບດຽວ. ຫຼັງຈາກນັ້ນພວກເຮົາກໍນໍາໃຊ້ອະກໍລິທຶມການປະມວນຜົນຮູບພາບແບບພິເສດເພື່ອຫຼຸດຮອຍຕໍ່ ແລະ ສ້າງຄວາມຮຽບນຽນ.

  • ສະແດງຮູບພາບທີ່ຖືກຕ້ອງໃຫ້ກັບທ່ານ

    ເລເຊີຂອງລົດສະທ້ອນພື້ນຜິວໄດ້ໄວເທົ່າໃດຈະບອກພວກເຮົາວ່າອາຄານ ຫຼື ວັດຖຸໃດໜຶ່ງຢູ່ໄກປານໃດ ແລະ ຊ່ວຍໃຫ້ພວກເຮົາສ້າງແບບຈຳລອງ 3 ມິຕິຂອງໂລກໄດ້. ເມື່ອທ່ານຍ້າຍໄປພື້ນທີ່ໃດໜຶ່ງໃນໄລຍະໄກໃນສະຕຣີດວິວ, ແບບຈຳລອງນີ້ຈະກຳນົດຮູບແພນໂນຣາມາທີ່ດີທີ່ສຸດໃຫ້ທ່ານເຫັນສຳລັບສະຖານທີ່ນັ້ນ.

ພວກເຮົາໄປໃສມາແລ້ວ

ພື້ນທີ່ສີຟ້າຢູ່ແຜນທີ່ແມ່ນສະແດງຈຸດທີ່ສາມາດເບິ່ງສະຕຣີດວິວໄດ້. ຊູມເຂົ້າເພື່ອເບິ່ງລາຍລະອຽດທີ່ຫຼາຍຂຶ້ນ ຫຼື ເລືອກເບິ່ງຢູ່ Google ແຜນທີ່.

ສຶກສາເພີ່ມເຕີມ