Google ອຸທິດເພື່ອຊ່ວຍໃຫ້ທ່ານຄົ້ນພົບໂລກທີ່ຢູ່ອ້ອມຕົວທ່ານ. ຮູບພາບໃນລະບົບຂອງພວກເຮົາແມ່ນມີຈຸດປະສົງເພື່ອເສີມສ້າງປະສົບການໃຫ້ກັບທ່ານ, ຊ່ວຍໃຫ້ທ່ານເບິ່ງຕົວຢ່າງ ແລະ ສຳຫຼວດສະຖານທີ່ຕ່າງໆທີ່ຢູ່ໃກ້ຄຽງ ຫຼື ແມ່ນແຕ່ອີກຟາກໜຶ່ງຂອງໂລກໄດ້. ພວກເຮົາພະຍາຍາມຢ່າງໜັກເພື່ອຮັບປະກັນວ່າຮູບພາບຕ່າງໆນັ້ນຈະມີປະໂຫຍດ ແລະ ສະທ້ອນໂລກທີ່ຜູ້ໃຊ້ຂອງພວກເຮົາສຳຫຼວດຢູ່.

ຮູບພາບສະຕຣີດວິວສາມາດປະກອບສ່ວນໄດ້ໂດຍພາກສ່ວນພາຍນອກ ຫຼື Google. ທ່ານສາມາດບອກຄວາມແຕກຕ່າງໄດ້ຈາກຊື່ຜູ້ປະກອບສ່ວນ ຫຼື ໄອຄອນທີ່ນຳສະເໜີໄປກັບແຕ່ລະຮູບໄດ້. ຮູບພາບທີ່ບັນທຶກໂດຍພາກສ່ວນພາຍນອກ ແລະ ເຜີຍແຜ່ໄປໃສ່ Google ແຜນທີ່ແລ້ວນັ້ນແມ່ນເປັນເຈົ້າຂອງໂດຍຜູ້ປະກອບສ່ວນນັ້ນ (ຫຼື ຜູ້ສືບທອດທີ່ເຂົາເຈົ້າມອບໝາຍ).

ໜ້ານີ້ຈະອະທິບາຍນະໂຍບາຍຮູບພາບສະຕຣີດວິວທີ່ປະກອບສ່ວນໂດຍ Google. ສຳລັບຮູບພາບສະຕຣີດວິວທີ່ປະກອບສ່ວນໂດຍຜູ້ໃຊ້, ກະລຸນາອ່ານ ນະໂຍບາຍເນື້ອຫາທີ່ປະກອບສ່ວນໂດຍຜູ້ໃຊ້ແຜນທີ່.

ສະຕຣີດວິວທີ່ປະກອບສ່ວນໂດຍ Google
ນະໂຍບາຍຮູບພາບ

ເພື່ອຊ່ວຍຮັບປະກັນວ່າທຸກຄົນທີ່ກຳລັງເບິ່ງຮູບພາບສະຕຣີດວິວຈະມີປະສົບການດ້ານບວກທີ່ເປັນປະໂຫຍດ, ພວກເຮົາຈຶ່ງໄດ້ພັດທະນານະໂຍບາຍສະຕຣີດວິວທີ່ປະກອບສ່ວນໂດຍ Google ນີ້ຂຶ້ນມາ. ມັນຈະອະທິບາຍວ່າພວກເຮົາປະຕິບັດຕໍ່ເນື້ອຫາທີ່ບໍ່ເໝາະສົມແນວໃດ ແລະ ເກນທີ່ພວກເຮົາໃຊ້ສຳລັບການເຜີຍແຜ່ຮູບພາບສະຕຣີດວິວໄປໃສ່ Google ແຜນທີ່. ກະລຸນາກວດເບິ່ງເປັນໄລຍະໆເນື່ອງຈາກພວກເຮົາມີການປັບປຸງນະໂຍບາຍຂອງພວກເຮົາຢູ່ເລື້ອຍໆ.

ຮູບພາບສະຕຣີດວິວບໍ່ແມ່ນຮູບພາບປັດຈຸບັນ

ຮູບພາບສະຕຣີດວິວຈະສະແດງສະເພາະສິ່ງທີ່ກ້ອງຂອງພວກເຮົາເຫັນໃນມື້ທີ່ຜ່ານສະຖານທີ່ນັ້ນ. ຫຼັງຈາກນັ້ນແລ້ວ, ມັນຈະໃຊ້ເວລາຫຼາຍເດືອນໃນການປະມວນຜົນພວກມັນ. ນີ້ໝາຍຄວາມວ່າຮູບພາບທີ່ທ່ານເຫັນອາດຜ່ານມາດົນຫຼາຍເດືອນ ຫຼື ຫຼາຍປີແລ້ວ. ໃນບາງສະຖານທີ່ທີ່ພວກເຮົາໄດ້ເກັບກໍາຮູບພາບໃນໄລຍະເວລາຫຼາຍປີ, ທ່ານອາດຈະສາມາດເບິ່ງເພື່ອການປ່ຽນແປງຮູບພາບທີ່ຢູ່ໃນຟັງຊັນ Time Machine ຂອງພວກເຮົາ.

ການມົວ

Google ໃຊ້ຫຼາຍຂັ້ນຕອນໃນການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຄົນໃນເວລາທີ່ຮູບສະຕຣີດວິວຖືກເຜີຍແຜ່ໄປໃສ່ Google ແຜນທີ່.

ພວກເຮົາໄດ້ພັດທະນາເທັກໂນໂລຢີການມົວໃບໜ້າ ແລະ ປ້າຍທະບຽນລົດທີ່ລ້ຳໜ້າເຊິ່ງຖືກອອກແບບມາເພື່ອມົວໃບໜ້າ ແລະ ປ້າຍທະບຽນລົດທີ່ສາມາດລະບຸຕົວຕົນໄດ້ພາຍໃນຮູບພາບທີ່ມາຈາກ Google ໃນສະຕຣີດວິວ. ຫາກທ່ານເຫັນວ່າໃບໜ້າ ຫຼື ປ້າຍທະບຽນລົດຂອງທ່ານຕ້ອງມີການມົວເພີ່ມເຕີມ ຫຼື ຕ້ອງການໃຫ້ພວກເຮົາມົວເຮືອນຂອງທ່ານທັງຫຼັງ, ລົດທັງຄັນ ຫຼື ​ຮ່າງຄີງທັງຄີງ, ກະລຸນາສົ່ງຄຳຮ້ອງໂດຍໃຊ້ເຄື່ອງມື "ລາຍງານບັນຫາ".

ເນື້ອຫາບໍ່ເໝາະສົມ

ທ່ານສາມາດລາຍງານເນື້ອຫາບໍ່ເໝາະສົມໄດ້ໂດຍໃຊ້ລິ້ງ "ລາຍງານບັນຫາ". ພວກເຮົາພິຈາລະນາໝວດໝູ່ຕໍ່ໄປນີ້ວ່າເປັນເນື້ອຫາທີ່ບໍ່ເໝາະສົມ, ເວັ້ນເສຍແຕ່ຈະມີຄຸນຄ່າດ້ານສິນລະປະ, ການສຶກສາ ຫຼື ສາລະຄະດີໃນເນື້ອຫາ.

ການລະເມີດຊັບສິນທາງປັນຍາ

ການລະເມີດຊັບສິນທາງປັນຍາ

ພວກເຮົາບໍ່ອະນຸຍາດໃຫ້ມີຮູບ ຫຼື ເນື້ອຫາອື່ນໃດທີ່ລະເມີດສິດທາງກົດໝາຍຂອງຄົນອື່ນ, ຮວມທັງລິຂະສິດນຳ. ສຳລັບຂໍ້ມູນເພີ່ມເຕີມ ຫຼື ເພື່ອສົ່ງຄຳຮ້ອງຂໍ DMCA, ກະລຸນາກວດສອບ ຂັ້ນຕອນລິຂະສິດຂອງພວກເຮົາ.

ໄອຄອນເນື້ອຫາທາງເພດຢ່າງຈະແຈ້ງ

ເນື້ອຫາທາງເພດຢ່າງຈະແຈ້ງ

ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທາງເພດຢ່າງຈະແຈ້ງ.

ໄອຄອນຜິດກົດໝາຍ, ເປັນອັນຕະລາຍ ຫຼື ເນື້ອຫາຮຸນແຮງ

ຜິດກົດໝາຍ, ເປັນອັນຕະລາຍ ຫຼື ເນື້ອຫາຮຸນແຮງ

ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ມີລັກສະນະຜິດກົດໝາຍ, ປະຊາສຳພັນກິດຈະກຳທີ່ເປັນອັນຕະລາຍ ຫຼື ເປັນອາຊະຍາກຳ ຫຼື ມີພາບຄວາມຮຸນແຮງທີ່ບໍ່ຈຳເປັນ.

ໄອຄອນການຂົ່ມຂູ່ ຫຼື ຄຸກຄາມ

ການຂົ່ມຂູ່ ຫຼື ຄຸກຄາມ

ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ໃຊ້ສະຕຣີດວິວເພື່ອຂົ່ມຂູ່, ກັ່ນແກ້ງ ຫຼື ໂຈມຕີຜູ້ຄົນ.

ການເວົ້າກຽດຊັງ

ການເວົ້າກຽດຊັງ

ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ປະຊາສຳພັນ ຫຼື ຍອມໃຫ້ມີການໃຊ້ຄວາມຮຸນແຮງຕໍ່ຜູ້ຄົນ ຫຼື ກຸ່ມໂດຍອ້າງອີງຈາກເຊື້ອຊາດ, ຊົນເຜົ່າ, ສາດສະຫນາ, ຄວາມພິການ, ເພດ, ອາຍຸ, ສັນຊາດ, ສະຖານະການເປັນທະຫານຜ່ານເສິກ, ຄວາມບ່ຽງເບນທາງເພດ ຫຼື ລັກສະນະທາງເພດ.

ໄອຄອນເນື້ອຫາກໍ່ການຮ້າຍ

ເນື້ອຫາກໍ່ການຮ້າຍ

ພວກເຮົາບໍ່ອະນຸຍາດໃຫ້ອົງກອນກໍ່ການຮ້າຍໃຊ້ບໍລິການນີ້ເພື່ອຈຸດປະສົງໃດກໍຕາມ, ຮວມທັງການຈັດຫາຄົນນຳ. ນອກຈາກນັ້ນ, ພວກເຮົາຈະຍັງມີການລຶບເນື້ອຫາທີ່ກ່ຽວຂ້ອງກັບການກໍ່ການຮ້າຍ ເຊັ່ນ: ເນື້ອຫາທີ່ປະຊາສຳພັນການກໍ່ການຮ້າຍ, ການກະຕຸ້ນຄວາມຮຸນແຮງ ຫຼື ສະເຫຼີມສະຫຼອງການໂຈມຕີຂອງຜູ້ກໍ່ການຮ້າຍ.

ໄອຄອນເປັນອັນຕະລາຍຕໍ່ເດັກນ້ອຍ

ເປັນອັນຕະລາຍຕໍ່ເດັກນ້ອຍ

Google ມີນະໂຍບາຍທີ່ຈະບໍ່ອົດທົນຕໍ່ເນື້ອຫາທີ່ໃຊ້ປະໂຫຍດ ຫຼື ລະເມີດເດັກນ້ອຍ. ນີ້ຮວມໄປເຖິງຮູບພາບທາງເພດ ແລະ ເນື້ອຫາທັງໝົດທີ່ນຳສະເໜີເດັກນ້ອຍລັກສະນະທາງເພດ. ຫາກທ່ານພົບເນື້ອຫາໃດກໍຕາມທີ່ທ່ານຄິດວ່າເຮັດໃຫ້ເດັກນ້ອຍເສຍຫາຍໃນລັກສະນະນີ້, ກະລຸນາຢ່າສົ່ງຕໍ່ ຫຼື ຂຽນຄຳເຫັນໃສ່, ເຖິງແມ່ນວ່າເຈດຕະນາຂອງທ່ານຈະເປັນໄປເພື່ອເຮັດໃຫ້ Google ໃຫ້ຄວາມສົນໃຈກໍຕາມ. ຫາກທ່ານພົບເນື້ອຫາລັກສະນະນີ້ໃນບ່ອນອື່ນໆໃນອິນເຕີເນັດ, ກະລຸນາຕິດຕໍ່ National Center for Missing and Exploited Children (NCMEC) ໂດຍກົງ.

ໄອຄອນຂໍ້ມູນທີ່ສາມາດລະບຸຕົວຕົນສະເພາະບຸກຄົນໄດ້

ຂໍ້ມູນທີ່ສາມາດລະບຸຕົວຕົນສະເພາະບຸກຄົນໄດ້

ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ມີຂໍ້ມູນທີ່ສາມາດລະບຸຕົວຕົນສະເພາະບຸກຄົນໄດ້ ເຊັ່ນ: ລາຍລະອຽດບັດເຄຣດິດ, ປະຫວັດທາງການແພດ ຫຼື ການລະບຸຕົວຕົນທີ່ລັດຖະບານອອກໃຫ້, ບໍ່ວ່າຈະເປັນຂອງທ່ານ ຫຼື ຂອງຄົນອື່ນກໍຕາມ.