ໃຫ້ເອົາໃຈໃສ່ຕໍ່ການກະທຳທີ່ເປັນການລ່ວງລະເມີດ ແລະ ສະແກມ

ລະວັງການຢ້ຽມຢາມ ຫຼື ການຕິດຕໍ່ຈາກບຸກຄົນທີ່ສະແດງຕົວວ່າເປັນພະນັກງານຂອງ Google ທີ່ໃຫ້ການຊ່ວຍເຫຼືອປະເພດຕ່າງໆ ຫຼື ການອັບເດດຮູບພາບ ຫຼື ຂໍ້ມູນໃນລັກສະນະໃດໆ. ພວກເຮົາເນັ້ນໜັກວ່າບໍລິສັດເຫຼົ່ານີ້ບໍ່ໄດ້ຮັບອະນຸຍາດໃຫ້ບອກກ່າວໃນນາມຂອງ Google ແລະ ຕ້ອງສະແດງຕົວວ່າເປັນຜູ້ຮັບເໝົາອິດສະຫຼະ.

ພວກເຮົາຂໍແນະນຳຢ່າງຍິ່ງວ່າ ເມື່ອໃດກໍຕາມທີ່ທ່ານໄດ້ຮັບການຕິດຕໍ່ໂດຍກົງໃນນາມຂອງ Google, ກະລຸນາຢ່າສົນໃຈການຕິດຕໍ່ດັ່ງກ່າວບໍ່ວ່າຈະດ້ວຍເຫດຜົນໃດໆກໍຕາມ ເຊັ່ນ: ສິ່ງທີ່ກ່າວໄວ້ໃນກໍລະນີຕ່າງໆລຸ່ມນີ້:

  • ສະເໜີບໍລິການ/ການຝຶກອົບຮົມໃນນາມຂອງ Google ສຳລັບການວັດແທກເມຕຣິກ, ສື່ດິຈິຕອນ, ການລາຍງານກ່ຽວກັບທ່າອ່ຽງດິຈິຕອນ/ແພັດຟອມດິຈິຕອນໃໝ່ໆ ແລະ ທ່າອ່ຽງທຸລະກິດໃໝ່ໆ; ຄຳແນະນຳກ່ຽວກັບສື່ ແລະ ອື່ນໆ;
  • ການໃຫ້ຄຳໝັ້ນສັນຍາທີ່ບໍ່ສາມາດໃຊ້ຮ່ວມກັບການດຳເນີນການປົກກະຕິຂອງບໍລິການ Google ໄດ້ ເຊັ່ນ: ການຮັບປະກັນການຈັດວາງຕຳແໜ່ງທີ່ໂດດເດັ່ນຢູ່ຊອກຫາ, Google ສະຕຣີດວິວ ຫຼື Google ແຜນທີ່ໃດໆກໍຕາມ;
  • ການກົດດັນຝ່າຍຮັບເໝົາດ້ວຍການໂທຫາແບບການຕະຫຼາດທາງໂທລະສັບຢ່າງຕໍ່ເນື່ອງ ຫຼື ການຂົ່ມຂູ່ໃຫ້ລຶບເນື້ອຫາອອກຈາກແພລດຟອມ Google.

ມັນເປັນສິ່ງສໍາຄັນທີ່ຈະຮັບຊາບວ່າ Google ບໍ່ໄດ້ຈ້າງຊ່າງພາບ ຫຼື ຕົວແທນຕ່າງໆ. ມືອາຊີບເຫຼົ່ານີ້ເປັນສ່ວນໜຶ່ງຂອງໜ່ວຍງານອິດສະຫຼະ ແລະ ການເຈລະຈາທັງໝົດຈະດຳເນີນການໂດຍປາສະຈາກການແຊກແຊງ ຫຼື ການມີສ່ວນຮ່ວມຂອງ Google.

ຄວາມປອດໄພຂອງຜູ້ໃຊ້ເປັນສິ່ງສຳຄັນສຳລັບພວກເຮົາ. ດ້ວຍເຫດນັ້ນ, ພວກເຮົາຈຶ່ງຈຳກັດການນຳໃຊ້ແບຣນ ແລະ ແພລດຟອມຂອງ Google. ບໍ່ມີໜ່ວຍງານໃດໄດ້ຮັບອະນຸຍາດໃຫ້:

  • ນຳໃຊ້ແບຣນຂອງ Google, ເຊັ່ນ: ໄອຄອນສະຕຣີດວິວ, ກາຈ້ຳ ແລະ/ຫຼື ໂລໂກ້ ຕິດໃສ່ລົດຂອງບໍລິສັດ;
  • ນຳໃຊ້ແບຣນຂອງ Google, Google ແຜນທີ່ ແລະ ສະຕຣີດວິວ ຫຼື ເຄື່ອງໝາຍການຄ້າອື່ນໆຂອງ Google ຫຼື ສິ່ງທີ່ຄ້າຍຄືກັນໃນຊື່ໂດເມນ;
  • ນຳໃຊ້ແບຣນຂອງ Google, Google ແຜນທີ່ ແລະ ສະຕຣີດວິວ ຫຼື ເຄື່ອງໝາຍການຄ້າອື່ນໆຂອງ Google ຫຼື ສິ່ງທີ່ຄ້າຍກັນຢູ່ເທິງລາຍການເຄື່ອງນຸ່ງ (ເຄື່ອງແບບ ແລະ ອື່ນໆ);
  • ນຳໃຊ້ແບຣນຂອງ Google, Google ແຜນທີ່ ແລະ ສະຕຣີດວິວ ຫຼື ເຄື່ອງໝາຍການຄ້າອື່ນໆຂອງ Google ຫຼື ສິ່ງທີ່ຄ້າຍກັນຢູ່ໂປຣໄຟລ໌ທຸລະກິດ Google ຂອງເຂົາເຈົ້າ;
  • ນຳໃຊ້ເຄື່ອງໝາຍການຄ້າຂອງ Google ໃດໜຶ່ງ, ໃນລັກສະນະທີ່ສະແດງໃຫ້ເຫັນວ່າ Google ຮັບຮອງຜະລິດຕະພັນ ຫຼື ບໍລິການສະເພາະໃດໜຶ່ງ.