ຮັບແຮງບັນດານໃຈຈາກເລື່ອງລາວສະຕຣີດວິວ
Zanzibar
ເບິ່ງກຸ່ມຊ່າງພາບສະຕຣີດວິວທີ່ເຊື່ອຖືໄດ້, “World Travel in 360 (WT360)” ລົມກ່ຽວກັບໂຄງການ Zanzibar, ການລິເລີ່ມຮ່ວມກັນຂອງເຂົາເຈົ້າກັບລັດຖະບານແທນຊາເນຍເພື່ອນຳເອົາຂໍ້ມູນ Zanzibar ໄປໃສ່ໃນແຜນທີ່. Federico Debetto, Nickolay Omelchenko ແລະ Chris du Plessis ໄດ້ເດີນທາງໄປແຊນທາເນຍເພື່ອວາງວຽກພື້ນຖານສຳລັບການສ້າງແຜນທີ່ບໍລິເວນທີ່ມີໝູ່ເກາະ, ສອນຄົນທ້ອງຖິ່ນກ່ຽວກັບການຖ່າຍຮູບສະຕຣີດວິວ ແລະ ສ້າງໂມເດວທີ່ຍືນຍາວສຳລັບຊຸມຊົນເພື່ອສືບຕໍ່ໂຄງການດ້ວຍຕົວຂອງເຂົາເຈົ້າເອງ.
ມຽນມາ
ສຳຫຼວດມຽນມາດ້ວຍວິດີໂອທີ່ສະແດງໃຫ້ເຫັນຜົນງານອັນມະຫັດສະຈັນຂອງຊ່າງພາບ Nyi Lynn Seck ແລະ ໝູ່ຮ່ວມວຽກຂອງລາວຈາກ 3XVIVR Productions. 3XVIVR ອຸທິດເວລາ ແລະ ຄວາມພະຍາຍາມຢ່າງມະຫາສານສຳລັບໂຄງການພິເສດຂອງເຂົາເຈົ້າ, ໂດຍມີເປົ້າໝາຍເພື່ອສ້າງຂໍ້ມູນດິຈິຕອນສຳລັບມຽນມາຜ່ານສະຕຣີດວິວ ແລະ ຮັກສາມໍລະດົກທາງວັດທະນະທຳຂອງປະເທດໃນແບບ 360 ອົງສາ.
ຊິມບັບເວ
ເບິ່ງ Tawanda Kanhema ບອກເລົ່າເລື່ອງລາວຂອງລາວກ່ຽວກັບການສ້າງແຜນທີ່ຊິມບັບເວດ້ວຍສະຕຣີດວິວ. Tawanda ເດີນທາງກັບປະເທດບ້ານເກີດຂອງລາວຢູ່ຊິມບັບເວໂດຍມີເປົ້າໝາຍເພື່ອນຳເອົາຮູບພາບສະຕຣີດວິວຂອງເມືອງຮາຣາເຣ, ເມືອງຫຼວງຂອງປະເທດ ແລະ ນ້ຳຕົກຕາດວິກຕໍເຣຍ, ແຫຼ່ງທ່ອງທ່ຽວນານາຊາດໄປໃສ່ Google ແຜນທີ່. ລາວຫາກໍຂະຫຍາຍໂຄງການຂອງລາວໃຫ້ຮວມເອົາສະຖານທີ່ສຳຄັນອື່ນໆອ້ອມແອ້ມຊິມບັບເວນຳ.
ເຄນຢາ
ພົບກັບຜູ້ແນະນຳທ້ອງຖິ່ນ ແລະ ຊ່າງພາບສະຕຣີດວິວທີ່ເຊື່ອຖືໄດ້ຈຳນວນໜຶ່ງກຳລັງສ້າງແຜນທີ່ເຄນຢາ. ຄວາມປາດຖະໜາຂອງເຂົາເຈົ້າເພື່ອຊ່ວຍໃຫ້ໂລກໄດ້ສຳຜັດກັບຄວາມງົດງາມທີ່ພິເສດຂອງເຄນຢາໄດ້ນຳພາໃຫ້ເຂົາເຈົ້າມຸ່ງໜ້າໄປຫາສະຕຣີດວິວໂດຍກົງ ເພື່ອໃຊ້ເປັນເຄື່ອງມືສູງສຸດໃນການເຮັດໃຫ້ໄດ້ຕາມເປົ້າໝາຍນີ້.
ອາເມເນຍ
ຟັງຈາກ Joe Hacobian, ໜຶ່ງໃນຜູ້ກໍ່ຕັ້ງອົງກອນບໍ່ສະແຫວງຫາຜົນກຳໄລ Armenia360. Joe ໄດ້ເວົ້າຢູ່ງານປະຊຸມສະຕຣີດວິວປີ 2019 ໃນລອນດອນກ່ຽວກັບການເດີນທາງຂອງທີມຂອງລາວເພື່ອສ້າງແຜນທີ່ດິນແດນບູຮານຂອງບັນພະບຸລຸດລາວ. ນີ້ເປັນເລື່ອງລາວຂອງວິທີທີ່ໃຜກໍຕາມທີ່ສາມາດນຳເອົາສະຖານທີ່ສຳຄັນໄປໃສ່ແຜນທີ່ດ້ວຍສະຕຣີດວິວໄດ້.
ເບີມິວດາ
ສຶກສາວິທີທີ່ການທ່ອງທ່ຽວເບີມິວດາ, ອົງການການຕະຫຼາດການທ່ອງທ່ຽວໄດ້ຈ້າງ Miles Partnership ເຊິ່ງເປັນເອເຈນຊີສະຕຣີດວິວທີ່ເຊື່ອຖືໄດ້ໃນການເກັບກຳຮູບພາບສະຕຣີດວິວ. Miles Partnership ຊ່ວຍເຫຼືອການທ່ອງທ່ຽວເບີມິວດາໃນການປັບປຸງຕົວຕົນໃນໂລກອອນລາຍຂອງເຂົາເຈົ້າຢູ່ Google ແຜນທີ່ ແລະ ເຮັດໃຫ້ສາມາດຊອກຫາທຸລະກິດທ້ອງຖິ່ນໄດ້ຫຼາຍຍິ່ງຂຶ້ນ, ພ້ອມທັງຊ່ວຍນັກທ່ອງທ່ຽວໃຫ້ສາມາດສຳຫຼວດເບີມິວດາໄດ້ແບບສະເໝືອນຈິງໃນເວລາວາງແຜນເດີນທາງ (ຫຼື ຝັນວ່າຈະເດີນທາງ!).
ທອງກາ
ຜູ້ກໍ່ຕັ້ງ Grid Pacific, Tania Wolfgramm ແລະ Wikuki Kingi ໄດ້ບັນທຶກການເດີນທາງສ້າງແຜນທີ່ຂອງເຂົາເຈົ້າໃນທອງກາ. ເພື່ອປະຊາສຳພັນວັດທະນະທຳຂອງທອງກາ ແລະ ໝູ່ເກາະແປຊິຟິກອື່ນໆ, ເຂົາເຈົ້າໄດ້ເລີ່ມດຳເນີນການໃນແຜນການອັນຍາກຍິ່ງໃນການສ້າງແຜນທີ່ບໍລິເວນທີ່ມີໝູ່ເກາະທັງໝົດແລ້ວເພີ່ມມັນໃສ່ສະຕຣີດວິວ. ເບິ່ງເລື່ອງລາວທີ່ຊວນໃຫ້ຫຼົງໄຫຼຂອງເຂົາເຈົ້າໄດ້ບ່ອນນີ້.